ອິນໂດເນເຊຍ ປະກາດແຜນເຄື່ອນໄຫວກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42
ຕາມຂ່າວສານຊິນຮວາລາຍງານ ວັນທີ 7 ພຶດສະພາ ນີ້,ໂດຍອີງຕາມ ທ່ານນາງ ເຣດໂນ ມາຊູດີ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ກອງ ປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຖືກຈັດຂຶ້ນຢູ່ເທດສະບານເມືອງ ລາບົວ ບາໂຈ, ແຂວງ ນູຊາ ເຕັງກາຣາ ຕາເວັນອອກ, ໂດຍມີການເຂົ້າຮ່ວມຂອງການນຳ 8 ປະເທດສະມາຊິກ, ພ້ອມກັບທ່ານເລຂາທິການໃຫຍ່ ອາຊຽນ ແລະ ທ່ານນາຍົກລັດຖະ ມົນຕີ ຕີມໍ ເລສເຕ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາງ ເຣດໂນ ມາຊູດີ ໃຫ້ຮູ້ວ່າ:ມຽນມາ ບໍ່ໄດ້ເຊື້ອເຊີນເຂົ້າຮ່ວມ ຕາມການຕົກລົງຂອງການນຳ ອາຊຽນ. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຖືກດຳເນີນແຕ່ວັນ ທີ 10-11 ພຶດສະພາ ລວມມີ 8 ກອງປະຊຸມ, ໃນນັ້ນ ມີກອງປະ ຊຸມຄົບຄະນະ ແລະ ກອງປະຊຸມວົງແຄບ, ການພົບປະລະຫວ່າງບັນດາການນຳ ອາຊຽນ ກັບຜູ້ ຕາງໜ້າສະພາລະຫວ່າງລັດຖະ ສະພາ ອາຊຽນ (AIPA), ສະ ພາທີ່ປຶກສາດ້ານດຳເນີນທຸລະກິດ ອາຊຽນ (ASEAN- BAC), ຜູ້ຕາງໜ້າຄົນລຸ້ນໜຸ່ມ ອາ ຊຽນ ແລະ ກຸ່ມຮັບຜິດຊອບຫົວເລື່ອງສະເພາະຂັ້ນສູງ ກ່ຽວກັບວິໄສທັດ ປະຊາຄົມ ອາຊຽນ ຫຼັງປີ 2025 (HLTF-ACV), ພ້ອມກັບກອງປະຊຸມສຸດຍອດ ສາມຫຼ່ຽມການເຕີບໂຕ ອິນໂດເນເຊຍ-ມາເລເຊຍ-ໄທ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2023